ຫລັກສຸດ
ມຊ ຈັດກອງປະຊຸມຜັນຂະຫຍາຍເນື້ອໃນຈິດໃຈວຽກງານກວດກາທົ່ວປະເທດ ປະຈໍາປີ 2017
ໃນຕອນເຊົ້າ ວັນທີ 29 ພຶດສະພາ 2018 ນີ້, ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດກອງປະຊຸມ ຜັນຂະຫຍາຍເນື້ອໃນຈິດໃຈວຽກງານກວດກາທົ່ວປະເທດ ປະຈໍາປີ 2017 ຂຶ້ນທີ່ຫ້ອງປະຊຸມ ສະໂມສອນໃຫຍ່ ມະຫາວິທະຍາໄລແຫ່ງຊາດໂດຍການເປັນປະທານຂອງສະຫາຍ ສຈ. ປອ.ສົມສີ ຍໍພັນໄຊ ຄະນະພັກກະຊວງສຶກສາທິການ ແລະກີລາ, ເລຂາຄະນະພັກ, ວ່າການອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ສະຫາຍ ຮສ. ປອ. ຮຸ່ງເພັດ ຈັນທະວົງ ຮອງປະທານກວດກາ, ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ມີຄະນະພັກຮາກຖານ ສໍານັກງານອະທິການບໍດີ, ຄະນະພັກຮາກຖານ ຄະນະວິທະຍາສາດທໍາມະຊາດ, ຄະນະພັກຮາກຖານ ຄະນະວິທະຍາສາດການກີລາ-ກາຍະກຳ ແລະພະນັກງານສະມາຊິກພັກສົມບູນ-ສໍາຮອງເຂົ້າຮ່ວມ.
ໃນໂອກາດນີ້, ສະຫາຍ ສຈ. ປອ. ສົມສີ ຍໍພັນໄຊ ໄດ້ໃຫ້ກຽດບັນຍາຍ ກ່ຽວກັບ ເອກະສານ ຜັນຂະຫຍາຍເນື້ອໃນຈິດໃຈ ກອງປະຊຸມວຽກງານກວດກາທົ່ວປະເທດ ປະຈໍາປີ 2017 ວ່າ: ໃນປີ 2017 ຜ່ານມານີ້ ຄະນະພັກ, ອໍານາດການປົກຄອງ ແລະຄະນະກວດກາແຕ່ລະຂັ້ນ ໄດ້ເອົາໃຈໃສ່ຕັ້ງໜ້າຫຼາຍກວ່າເກົ່າ ຕໍ່ວຽກງານຕິດຕາມກວດກາພາຍໃນພັກ, ກວດກາການຄຸ້ມຄອງບໍລິຫານລັດ, ສະກັດກັ້ນ ແລະຕ້ານການສໍ້ລາດບັງຫຼວງ, ຄົ້ນຄວ້າແກ້ໄຂຄໍາຮ້ອງ-ຄໍາສະເໜີຂອງພະນັກງານ, ສະມາຊິກພັກ ແລະພົນລະເມືອງ. ອັນພິເສດແມ່ນ ກະກຽມ ແລະສ້າງແຜນການຜັນຂະຫຍາຍຈັດຕັ້ງປະຕິບັດ ຂໍ້ຕົກລົງຂອງນາຍົກລັດຖະມົນຕີ ວ່າດ້ວຍການຕິດຕາມ,ກວດກາ ການປະຕິບັດໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ແລະອື່ນໆ. ຕໍ່ກັບວຽກງານກວດກາໃນໜຶ່ງປີຜ່ານມາ ພວກເຮົາໄດ້ກວດກາຫຼາຍເປົ້າໝາຍ ມີທັງການກວດກາປົກກະຕິຕາມແຜນ, ຕາມໃບຄໍາຮ້ອງ-ຄໍາສະເໜີ ແລະກວດກາຕາມຜົນກວດສອບ ເຊິ່ງເຫັນໄດ້ທັງຜົນດີ-ຜົນສໍາເລັດ, ດ້ານອ່ອນ, ຂໍ້ຄົງຄ້າງໃນການນໍາພາຂອງຄະນະພັກ ແລະການຄຸ້ມຄອງບັນຊາຂອງອົງການປົກຄອງລັດແຕ່ລະຂັ້ນ. ເຊິ່ງໄດ້ເອົາໃຈໃສ່ກວດກາແກ້ໄຂບັນຫາການສໍ້ລາດບັງຫຼວງ ໃນຖັນແຖວສະມາຊິກພັກ, ພະນັກງານ, ດໍາເນີນການສືບສວນ-ສອບສວນພະນັກງານທີ່ມີພຶດຕິກໍາ ສໍ້ລາດບັງຫຼວງຢູ່ກະຊວງ-ອົງການ ແລະທ້ອງຖິ່ນ. ກອງປະຊຸມຄັ້ງນີ້ ຄຽງຄູ່ກັບດ້ານດີ ແລະຜົນງານ ກໍຍັງມີຈຸດອ່ອນ ແລະຂໍ້ຄົງຄ້າງຈໍານວນໜຶ່ງເປັນຕົ້ນແມ່ນ ປະກົດການພະຍາດອາຍາສິດ ແລະການລະເມີດສິດທິເປັນເຈົ້າຂອງປະຊາຊົນ, ສວຍໃຊ້ໜ້າທີ່ຕໍາແໜ່ງ, ລະເມີດກົດໝາຍທີ່ມີລັກສະນະຮ້າຍແຮງ ທີ່ເກີດຂຶ້ນຫຼາຍໃນຖັນແຖວສະມາຊິກພັກ, ພະນັກງານຢູ່ທຸກລະດັບ ມີທ່າອ່ຽງສັບສົນ ແລະແກ້ໄຂໄດ້ຍາກ, ການຈັດຕັ້ງເຊື່ອມຊຶມ ແລະຜັນຂະຫຍາຍມະຕິ-ຄໍາສັ່ງຂອງພັກ, ຂໍ້ກໍານົດ-ກົດໝາຍ ແລະລະບຽບຕ່າງໆ ຍັງຊັກຊ້າ, ບໍ່ທົ່ວເຖິງ, ບໍ່ເລິກເຊິ່ງ ແລະບໍ່ທັນບັນລຸໄດ້ທາງດ້ານຈິນຕະນາການ-ແນວຄິດ, ການຈັດຕັ້ງແຜນງົບປະມານ, ການຄຸ້ມຄອງການລົງທຶນຂອງລັດ ແລະການຄຸ້ມຄອງລາຍຮັບ-ລາຍຈ່າຍ ບໍ່ໄດ້ດີເທົ່າທີ່ຄວນ ແລະຍັງຮົ່ວໄຫຼ, ການຄຸ້ມຄອງ ແລະນໍາໃຊ້ຊັບພະຍາກອນປະເທດເປັນຕົ້ນ ປ່າໄມ້, ທີ່ດິນ, ແຮ່ທາດ ແລະອື່ນໆ ບໍ່ທັນໄດ້ດີເທົ່າທີ່ຄວນ, ການບຸກລຸກດິນຂອງລັດ ແລະການຂຸດຄົ້ນໄມ້ຍັງມີຫຼາຍ, ດ້ານລະບຽບການຄຸ້ມຄອງບໍລິຫານລັດ ຢູ່ແຕ່ລະຂັ້ນບໍ່ທັນແຂງແຮງ, ເກີດມີສະພາບຫຍໍ້ທໍ້ຫຼາຍບັນຫາໃນກົງຈັກການຈັດຕັ້ງຂັ້ນຕ່າງໆ, ການປະຕິບັດໜ້າທີ່ບໍ່ທັນເຂັ້ມງວດຈຶ່ງເກີດມີຊ່ອງວ່າງ ສວຍໂອກາດ ສໍ້ລາດບັງຫຼວງຫຼາຍຮູບແບບ, ການໃຫ້ຄໍາປຶກສາ ແລະຄົ້ນຄວ້າແກ້ໄຂຄໍາຮ້ອງ-ຄໍາສະເໜີ ຂອງພົນລະເມືອງຍັງບໍ່ເອົາໃຈໃສ່ເທົ່າທີ່ຄວນ, ການປັບປຸງກົງຈັກກາຈັດຕັ້ງຢູ່ບັນດາກະຊວງ-ອົງການ ແລະທ້ອງຖິ່ນຈໍານວນໜຶ່ງບໍ່ທັນໄດ້ດີເທົ່າທີ່ຄວນ, ຄວາມຮັບຜິດຊອບຂອງຄະນະພັກ, ອົງການປົກຄອງແຕ່ລະຂັ້ນຕໍ່ວຽກງານຕິດຕາມ-ກວດກາ, ການສະກັດກັ້ນ ແລະຕ້ານການສໍ້ລາດບັງຫຼວງ ຍັງບໍ່ທັນໃຫ້ຄວາມສໍາຄັນ ແລະເອົາໃຈໃສ່ຊີ້ນໍາໆພາຢ່າງທົ່ວເຖິງ.
ເພື່ອເປັນທິດທາງໃນການສືບຕໍ່ປະຕິບັດວຽກງານຕິດຕາມ-ກວດກາ, ການສະກັດກັ້ນ ແລະຕ້ານການສໍ້ລາດບັງຫຼວງ ໃນປີ 2018, ເພື່ອປະຕິບັດຕາມກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ແລະແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ເທື່ອທີ 8 ມີດັ່ງນີ້: ສືບຕໍ່ຄົ້ນຄວ້າ, ເຊື່ອມຊຶມ, ກໍາແໜ້ນ ແລະຈັດຕັ້ງປະຕິບັດເນື້ອໃນມະຕິກອງປະຊຸມ, ເອົາໃຈໃສ່ຕິດຕາມ-ກວດກາ ການສືບຕໍ່ຈັດຕັ້ງປະຕິບັດ ບັນດາຄາດໝາຍທີ່ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ, ຊີ້ນໍາ ແລະສຸມໃສ່ ຕິດຕາມ-ກວດກາ ການຄຸ້ມຄອງບໍລິຫານລັດໃນແຕ່ລະຂັ້ນ, ສືບຕໍ່ເພີ່ມທະວີຄວາມເອົາໃຈໃສ່ ຕໍ່ການສະກັດກັ້ນ ແລະຕ້ານການສໍ້ລາດບັງຫຼວງ, ເພີ່ມທະວີຄວາມຮັບຜິດຊອບຊີ້ນໍາໆພາຂອງອົງຄະນະພັກ, ອົງການປົກຄອງ ແລະຄະນະກວດກາແຕ່ລະຂັ້ນກ່ຽວກັບວຽກງານຄົ້ນຄວ້າແກ້ໄຂຄໍາຮ້ອງ-ຄໍາສະເໜີ ຂອງພະນັກງານ-ສະມາຊິກພັກ ແລະຂອງພົນລະເມືອງ, ສືບຕໍ່ເພີ່ມທະວີການພົວພັນຮ່ວມມື ແລະແລກປ່ຽນບົດຮຽນວຽກງານກວດກາພັກ-ລັດຂອງພັກກອມມູນິດຫວຽດນາມ ແລະພັກກອມມູນິດຈີນ, ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງ ແລະບໍາລຸງສ້າງພະນັກງານກວດກາແຕ່ລະຂັ້ນເພື່ອຕອບສະໜອງກັບໜ້າທີ່ການເມືອງ ຂອງວຽກງານກວດກາ, ເພີ່ມທະວີການນໍາພາຂອງຄະນະພັກ ແລະການນໍາແຕ່ລະຂັ້ນຕໍ່ວຽກງານຕິດຕາມ-ກວດກາ, ວຽກງານສະກັດກັ້ນ ແລະຕ້ານການສໍ້ລາດບັງຫຼວງດ້ວຍຫຼາຍວິທີ.
ໃນທີ່ປະຊຸມຍັງໄດ້ຮັບຟັງ ການນໍາສະເໜີ ຂອງສະຫາຍ ຮສ. ປອ. ຮຸ່ງເພັດ ຈັນທະວົງ ກ່ຽວກັບເອກະສານຕ່າງໆຂອງວຽກງານຕິດຕາມ-ກວດກາໂດຍມີ ຂໍ້ກໍານົດຂອງຄະນະກວດກາສູນກາງພັກ, ບົດແນະນໍາກ່ຽວກັບການດໍາເນີນຄະດີສໍ້ລາດບັງຫຼວງ, ບົດແນະນໍາກ່ຽວກັບຜົນກວດສອບ, ເອກະສານວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ-ໜັກແໜ້ນ ແລະມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍການວຽກງານຄຸ້ມຄອງພະນັກງານ.
Comments
Post a Comment