FM

ຂ່າວ



ຮ່ວມແຮງໃຈ ປູກໄມ້ເປັນປ່າ


ໜ່ວຍພັກ ຫ້ອງການສັງລວມ ຈັດກອງປະຊຸມໃຫຍ່ ຊຸດທີ IV
ໃນຕອນບ່າຍ ວັນທີ 21 ພຶດສະພາ 2018 ຜ່ານມານີ້, ໜ່ວຍພັກຫ້ອງການສັງລວມ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ IV ຂອງໜ່ວຍພັກຕົນຂຶ້ນ ທີ່ຫ້ອງປະຊຸມຊັ້ນ 3 ຕຶກສໍານັກງານອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ໂດຍການເປັນປະທານ ຂອງສະຫາຍ ຮສ. ໂພສີ ທິບດາວັນ ຄະນະພັກ ມະຫາວິທະຍາໄລແຫ່ງຊາດ, ເລຂາຄະນະພັກຮາກຖານ ສໍານັກງານອະທິການບໍດີ, ສະຫາຍ ນາງ ວິໄລພອນ ຮົງນູ ເລຂາໜ່ວຍພັກຫ້ອງການສັງລວມ, ມີເລຂາ, ຄະນະໜ່ວຍພັກອ້ອມຂ້າງຮາກຖານ ສໍານັກງານອະທິການບໍດີ, ບັນດາສະຫາຍສະມາຊິກພັກ ອະວຸໂສ-ບໍານານ ແລະສະມາຊິກພັກສົມບູນ-ສໍາຮອງຂອງຫ້ອງການສັງລວມເຂົ້າຮ່ວມ.
ໃນທີ່ປະຊຸມ, ສະຫາຍ ນາງ ວິໄລພອນ ຮົງນູ ເລຂາໜ່ວຍພັກຫ້ອງການສັງລວມ ໄດ້ຂຶ້ນຜ່ານບົດສະຫຼຸບ ແລະຜ່ານທິດທາງແຜນການເຄື່ອນໄຫວຂອງໜ່ວຍພັກ ຕໍ່ທີ່ປະຊຸມ;  ເຊິ່ງສະຫາຍໄດ້ໃຫ້ຮູ້ວ່າ: ໜ່ວຍພັກຫ້ອງການສັງລວມ ແມ່ນໜ່ວຍພັກໜຶ່ງທີ່ຂຶ້ນກັບ ຮາກຖານພັກ ສໍານັກງານອະທິການບໍດີ, ເປັນເສນາທິການ, ເປັນຈຸດໃຈກາງປະສານງານກັບພາກສ່ວນຕ່າງໆ ທັງພາຍໃນ-ພາຍນອກ ແລະບໍລິຫານວຽກງານຕາມການຊີ້ນໍາຂອງຄະນະນໍາ, ເປັນປາກກະບອກສຽງ ໃຫ້ແກ່ການເຄື່ອນໄຫວຕ່າງໆ ຂອງຄະນະນໍາອອກສູ່ສັງຄົມ ໂດຍພາຍໃຕ້ການຊີ້ນໍາໆພາໂດຍກົງຂອງທ່ານ ອະທິການບໍດີ, ມີບົດບາດນໍາພາ ທາງດ້ານການເມືອງ-ແນວຄິດຂອງສະມາຊິກພັກໃນໜ່ວຍ, ຈົງຮັກພັກດີຕໍ່ພັກ-ລັດ. ຫ້ອງການສັງລວມປະກອບມີພະນັກງານປະຈໍາການ 18 ສະຫາຍ, ຍິງ 8 ສະຫາຍ, ມີສະມາຊິກພັກທັງໝົດ 21 ສະຫາຍ, ຍິງ 10 ສະຫາຍ, ບໍານານ 6 ສະຫາຍ, ສະມາຊິກພັກສໍາຮອງ 1 ສະຫາຍ. ດ້ານແນວຄິດການເມືອງ ສະມາຊິກພັກທຸກສະຫາຍມີແນວຄິດຫຼັກໝັ້ນ, ມີຄວາມສັດຊື່ ບໍລິສຸດຕໍ່ການຈັດຕັ້ງ, ມີຄວາມເປັນເອກະພາບ ຕໍ່ແນວທາງຂອງພັກ-ລັດ, ສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະກັນ, ດ້ານວຽກງານວິຊາສະເພາະໄດ້ເຮັດລ້ອນໜ້າທີ່ ໂດຍສະເພາະແມ່ນວຽກງານເລຂານຸການ ແລະພິທີການ, ວຽກງານຂໍ້ມູນຂ່າວສານ, ວຽກງານການບໍລິຫານ ແລະວຽກງານປ້ອງກັນຄວາມສະຫງົບ. ສໍາລັບແຜນການເຄື່ອນໄຫວໃນຕໍ່ໜ້າ ແມ່ນແນ
ໃສ່ສ້າງສະມາຊິກພັກໃຫ້ເຂັ້ມແຂງ, ປອດໃສ ແລະມີທັດສະນະໜັກແໜ້ນ, ມີສະຕິຕໍ່ການຈັດຕັ້ງ ແລະລະບຽບວິໄນ, ເພີ່ມທະວີຄວາມສາມັກຄີພາຍໃນພັກ, ສືບຕໍ່ປັບປຸງການຈັດຕັ້ງ, ຊີ້ນໍາວຽກງານວິຊາສະເພາະໃນຂອບເຂດຄວາມຮັບຜິດຊອບໃຫ້ໄດ້ດີ, ເພີ່ມການຕິດຕາມ-ກວດກາ ການເຮັດວຽກຂອງແຕ່ລະສະຫາຍໃຫ້ເຂັ້ມງວດ ແລະຖອດຖອນບົດຮຽນແຕ່ລະໄລຍະ ເພື່ອແກ້ໄຂຂໍ້ຄົງຄ້າງໃຫ້ທັນການ.  
            ຈາກນັ້ນ ທີ່ປະຊຸມກໍໄດ້ມີການປ່ອນບັດ-ຄັດເລືອກ ເອົາຄະນະໜ່ວຍພັກຊຸດໃຫມ່ ຂອງຫ້ອງການສັງລວມ ຈໍານວນ 3 ສະຫາຍ, ຈາກຜູ້ສະໜັກຄັດເລືອກຈໍານວນ 6 ສະຫາຍ; ໂດຍທີ່ປະຊຸມໄດ້ຄັດເລືອກເອົາ ສະຫາຍ ຮສ. ປອ. ບົວດໍາ ແສງຄໍາຄຸດລາວົງ ຫົວໜ້າຫ້ອງການສັງລວມ ເປັນເລຂາໜ່ວຍພັກ, ສະຫາຍ ນາງ ວິໄລພອນ ຮົງນູ ຫົວໜ້າພະແນກ ບໍລິຫານ ຫ້ອງການສັງລວມ ເປັນຮອງເລຂາ ແລະສະຫາຍ ສູນທະລີ ບົວສີສະຫວັດ ຫົວໜ້າພະແນກປ້ອງກັນ ຫ້ອງການສັງລວມ ເປັນຄະນະ ຮັບຜິດຊອບວຽກງານກວດກາ.
            ໃນໂອກາດສໍາຄັນດັ່ງກ່າວ, ທີ່ປະຊຸມຍັງໄດ້ຮັບຟັງການໂອ້ລົມ ຈາກສະຫາຍ ຮສ. ໂພສີ ທິບດາວັນ ຄະນະພັກ ມະຫາວິທະຍາໄລແຫ່ງຊາດ, ເລຂາຄະນະພັກຮາກຖານ ສໍານັກງານອະທິການບໍດີ; ເຊິ່ງກ່ອນອື່ນສະຫາຍໄດ້ກ່າວ ຍ້ອງຍໍ-ຊົມເຊີຍ ຕໍ່ຜົນງານການເຄື່ອນໄຫວ ຂອງຄະນະໜ່ວຍພັກຊຸດເກົ່າ, ທີ່ໄດ້ຊີ້ນໍາໆພາຫ້ອງການສັງລວມເຄື່ອນໄຫວວຽກງານຕ່າງໆ ຈົນມີຜົນສໍາເລັດ ແລະມີຜົນງານຫລາຍໆດ້ານ; ພ້ອມທັງໄດ້ກ່າວເນັ້ນໜັກຕໍ່ຄະນະພັກຊຸດໃໝ່ ກໍຄື ສະມາຊິກພັກຫ້ອງການສັງລວມທຸກສະຫາຍ ຈົ່ງຮັກສາມູນເຊື້ອຜົນງານ ແລະໃຫ້ເອົາໃຈໃສ່ ໃນການປະຕິບັດໜ້າທີ່ວຽກງານ ຕາມພາລະໜ້າທີ່ຂອງຕົນໃຫ້ເປັນປົກກະຕິ, ເປັນໄປຕາມແຜນການເຄື່ອນໄຫວ ຂອງໜ່ວຍພັກທີ່ວາງໄວ້ໃຫ້ເກີດດອກອອກຜົນ.







Comments