ສະຖາບັນ
- ສະຖາບັນຂົງຈື
- ຫໍສະມຸດກາງ
- ສະຖາບັນພັດທະນາຊັບພະຍາ ກອນມະນຸດລາວ-ຍີ່ປຸ່ນ
- ສູນຄົ້ນຄວ້າອາຊີ
- ສູນຄົ້ນຄວ້າຈີນ
- ສູນເທັກໂນໂລຊີ ແລະ ຂໍ້ມູນຂ່າວສານ
- ສູນຝຣັ່ງໂກໂຟນີ
- ໂຮງໝໍວິທະຍາເຂດດົງໂດກ
- ໂຮງຮຽນພອນສະຫວັນ ແລະ ຊົນເຜົ່າກຽມມະຫາວິທະຍາໄລ
-
ຄສບ ແລະສະຖາບັນການກວດສອບບັນຊີ ອົດສະຕາລີ ລົງນາມຮ່ວມມື ດ້ານວິຊາການ
ເພື່ອເປັນການຂະຫຍາຍການຮ່ວມມື ດ້ານວິຊາການ ໃຫ້ນັບມື້ກວ້າງຂວາງຍິ່ງຂຶ້ນ, ໃນຕອນບ່າຍ ວັນທີ 28 ພຶດສະພາ 2018 ຜ່ານມາ, ຄະນະເສດຖະສາດ ແລະບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດ ແລະສະຖາບັນການກວດສອບບັນຊີ ອົດສະຕາລີ ໄດ້ມີພິທີລົງນາມການຮ່ວມມື ດ້ານວິຊາການ ທີ່ສະໂມສອນຄະນະເສດຖະສາດ ແລະບໍລິຫານທຸລະກິດ, ໂດຍຊ້ອງໜ້າທ່ານ ສຈ. ປອ. ສົມສີ ຍໍພັນໄຊ ວ່າການອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ຝ່າຍຄະນະເສດຖະສາດ ແລະບໍລິຫານທຸລະກິດເຊັນໂດຍ ທ່ານ ເພັດສະໝອນ ພົມມະສອນ ວ່າການຄະນະບໍດີ ຄະນະເສດຖະສາດ ແລະບໍລິຫານທຸລະກິດ ແລະຝ່າຍອົງການບັນຊີ ອົດສະຕາລີ ເຊັນໂດຍທ່ານ ມາກ ຊານ (Mark Chua)ຜູ້ຈັດການດ້ານການບັນຊີ ຂອງສະຖາບັນການກວດສອບບັນຊີ ອົດສະຕາລີ ປະຈຳພາກພື້ນອາຊີ ມີບັນດາແຂກທີ່ຖືກເຊີນ, ພະນັກງານ, ຄູ-ອາຈານທີ່ກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.ການລົງນາມຮ່ວມມື ຂອງສອງຝ່າຍຄັ້ງນີ້, ແມ່ນແນໃສ່ການຮ່ວມມືທາງດ້ານວິຊາການເປັນຕົ້ນ ແມ່ນການຈັດເຝິກອົບຮົມ, ການຈັດກອງປະຊຸມຮ່ວມ ຂອງນັກວິຊາການ ດ້ານບັນຊີ ແລະການກວດສອບບັນຊີ ລະຫວ່າງສອງສະຖາບັນ, ນອກນັ້ນ ທາງສະຖາບັນການກວດສອບບັນຊີ ອົດສະຕາ ຍັງຈະມີການສະໜັບສະໜູນທຶນການສຶກສາ ໃຫ້ແກ່ນັກສຶກສາທີ່ກໍາລັງສຶກສາຢູ່ ຄະນະເສດຖະສາດ ແລະບໍລິຫານທຸລະກິດ ທີ່ມີຄວາມຮູ້-ຄວາມສາມາດ ແລະສົນໃຈດ້ານການບັນຊີຕື່ມອີກ.ໂອກາດນີ້, ທັງສອງຝ່າຍ ກໍໄດ້ລາຍງານສະພາບລວມ ແລະການເຄື່ອນໄຫວວຽກງານໂດຍຫຍໍ້ ຂອງຝ່າຍຕົນໃຫ້ກັນ ແລະກັນຊາບ, ເຊິ່ງທ່ານ ເພັດສະໝອນ ພົມມະສອນ ຮັກສາການ ຄະນະບໍດີ ຄະນະເສດຖະສາດ ແລະບໍລິຫານທຸລະກິດ ໄດ້ກ່າວວ່າ: ຄະນະເສດຖະສາດ ແລະບໍລິຫານທຸລະກິດ ເປັນໜຶ່ງໃນ 13 ຄະນະວິຊາຂອງ ມະຫາວິທະຍາໄລແຫ່ງຊາດ ມີພະນັັັກງານ, ຄູ-ອາຈານ ທັງໝົດ 103 ທ່ານ ຍິງ 51 ຄົນ, ປະກອບມີ 5 ພາກວິຊາຄື: ພາກວິຊາເສດຖະສາດ, ພາກວິຊາ ບໍລິຫານທຸລະກິດ, ພາກວິຊາ ການເງິນ-ການທະນາຄານ, ພາກວິຊາ ການບັນຊີ ແລະພາກວິຊາ ການຄ້າ; ໄລຍະທີ່ຜ່ານມາ ຂະແໜງການບັນຊີ ໄດ້ມີການຮ່ວມມືກັບຫຼາຍອົງກອນ ໂດຍສະເພາະແມ່ນ ຕະຫຼາດລັກຊັບແຫ່ງປະເທດລາວ, ທະນາຄານ ລາວ-ຈີນ, ສະມາຄົມນັກບັນຊີ ແລະກວດສອບລາວ ແລະມະຫາວິທະຍາໄລຂອນແກ່ນ, ສີປະທຸມ ແລະຊຽງໄໝ່ ຣາຊະອານາຈັກໄທເປັນຕົ້ນ. ການຮ່ວມມື ກັບສະຖາບັນການກວດສອບບັນຊີ ອົດສະຕາລີ ຖືເປັນອີກບາດກ້າວໜຶ່ງ ທີ່ມີຄວາມໝາຍຄວາມສຳຄັນໃນການພັດທະນາ ຊັບພະຍາກອນມະນຸດ ທັງພະນັກງານ, ຄູ-ອາຈານ, ນັກສຶກສາ ໃຫ້ມີຄວາມຮູ້-ຄວາມສາມາດ ເພື່ອຍົກສູງຄຸນະພາບ ການຮຽນ-ການສອນ ໃຫ້ທຽບເທົ່າກັບພາກພື້ນ ແລະສາກົນ.ຂະນະດຽວກັນ ທ່ານ ມາກ ຊານ (Mark Chua)ຜູ້ຈັດການດ້ານການບັນຊີ ຂອງສະຖາບັນການກວດສອບບັນຊີ ອົດສະຕາລີ ປະຈຳພາກພື້ນອາຊີ ໄດ້ກ່າວວ່າ: ສະຖາບັນການກວດສອບບັນຊີ ອົດສະຕາລີ(Certified Practicing Accountant Australia)ເປັນອົງການບັນຊີທີ່ໃຫຍ່ທີ່ສຸດໃນໂລກ ມີສະມາຊິກທັງໝົດ 163.750 ຄົນ, ຈາກ 125 ປະເທດທົ່ວໂລກ ມີພາລະບົດບາດໃນການຝຶກອົບຮົມ ທາງດ້ານວິຊາການໆບັນຊີໃຫ້ແກ່ບັນດາສະມາຊິກທີ່ເຂົ້າຮ່ວມໃຫ້ກາຍເປັນນັກບັນຊີ, ນັກກວດສອບບັນຊີ ມືອາຊີບ.
- Get link
- X
- Other Apps
Comments
Post a Comment